Copytrading
ສຳຫຼັບທ່ານ
Copytrading ຊ່ອຍໃຫ້ນັກລົງທຶນສາມາດຄັດລອກຕຳແໜ່ງໃນຕລາດທີ່ເປີດໂດຍເທຣດເດີ້ມືອາຊີບໄດ້ໂດຍກົງ. ນີ້ແມ່ນວິທີທີ່ສະດວກທີ່ສຸດອັນໜື່ງໃນການສ້າງລາຍໄດ້ສຳຫຼ້ບນັກລົງທຶນແລະເທຣດເດີ້ມືອາຊີບ.
ບັນດາເທຣດເດີ້ຈະສ້າງ ແລະຕິດຕາມລາຍການຍຸດທະສາດຂອງຕົນເອງໃນ OnFin CopyTrading
ເຮົາເອີ້ນພວກເຂົາວ່າ ຜູ້ຈັດການຍຸດທະສາດ : ພາລະກິດຂອງພວກເຂົາຄືການຊື້-ຂາຍຊັບສິນສ້າງກຳໄລສູງ ເພື່ອຮັບລາຍໄດ້ເພີ່ມເຕີມຈາກບັນດາຜູ້ສະໝັກໃຊ້ຂອງເຂົາເຈົ້າ ໂປແກຣມຍຸດທະສາດທີ່ດີທີ່ສຸດແນ່ນສ້າງຂື້ນໃນເວລາແທ້ຈິງ (Real Time) ໃນໜ້າຫຼັກຂອງການບໍລິການ.
ນັກລົງທຶນຈະເລືອກ ແລະຈອງຍຸດທະສາດຈາກບັນຊີລາຍການທີ່ສະເໜີ.
ທຸກສິ່ງທີ່ຜູ້ຈັດການຍຸດທະສາດເຮັດ ຈະຖືກຄັດລອກເຂົ້າໄປໃນບັນຊີຂອງຜູ້ສະໝັກໃຊ້ໃນເວລາແທ້ຈິງ. ນັກລົງທຶນບໍ່ຕ້ອງກັງວົນກ່ຽວກັບການຊື້ຂາຍ: ຜູ້ຈັດການຈະດູແລຕິດຕາມການຊື້ຂາຍທັງຫມົດ.
OnFin CopyTrading ມີການຕັ້ງຄ່າແລະມີທັກສະຂັ້ນສູງ ໃນການຈັດການຍຸດທະສາດ ແລະການຮັບສະໝັກໃຊ້ ທີ່ສະດວກສະບາຍ.
ສຳຫຼັບນັກລົງທຶນ
ຮັບຜົນປະໂຫຍດຈາກການໜູນໃຊ້ປະສົບການຂອງຜູ້ຊ່ຽວຊານ

ການສະຫມັກຈອງຍຸດທະສາດໃນ OnFin CopyTrading ແມ່ນໜື່ງໃນວິທີທີ່ງ່າຍທີ່ສຸດ ໃນການນໍາໃຊ້ຄວາມຮູ້ແລະຄວາມຊ່ຽວຊານຂອງເທຣດເດີ້ ໃນການຊື້ຂາຍທຸກປະເພດ. ຜູ້ສະໝັກໃຊ້ຍຸດທະສາດປະຫຍັດເວລາ, ແຕ່ໄດ້ຮັບຜົນກໍາໄລດຽວກັນກັບຜູ້ຊ່ຽວຊານມືອາຊີບ. ໂດຍການສະໝັກໃຊ້ຍຸດທະສາດ, ທ່ານບໍ່ສູນເສຍການຄວບຄຸມໃນການເກັບກໍາໄລຂອງທ່ານ ແລະຍັງສາມາດປິດເທຣດຊື້ຂາຍ ແລະເປີດລາຍການໃຫມ່ຕາມໃຈອີກໄດ້.

OnFin CopyTrading ມີການຕັ້ງຄ່າແລະທັກສະຂັ້ນສູງ ເພື່ອຄວາມສະດວກໃນການຈັດການຍຸດທະສາດການລົງທຶນ ພ້ອມທັງໂຄງການລົງທຶນຕ່າງໆ.
ນຳໃຊ້ຄວາມສາມາດຂອງຜູ້ຊ່ຽວຊານ ເພື່ອຈັດການບັນຊີຂອງທ່ານໃນ 5 ຂັ້ນຕອນ:
01
ເລືອກຍຸດທະສາດໃນຫນ້າຫຼັກຂອງການບໍລິການ OnFin CopyTrading
05
ຄ່າຄອມມິດຊັ້ນຂອງຜູ້ຈັດການຈະຖືກຖອນອອກໂດຍອັດຕະໂນມັດຈາກບັນຊີຂອງທ່ານ ສໍາລັບເສຍຄ່າສະຫມັກໃຊ້ຍຸດທະສາດ.
02
ເປີດບັນຊີ COPY ແລະຝາກເງິນຂັ້ນຕ່ຳ $100.
ກຳໜົດຈຳນວນເງິນ ແລະສະໝັກໃຊ້ຍຸດທະສາດທີ່ທ່ານເລືອກ
03
04
ເກັບລາຍໄດ້ທຸກໆຄັ້ງທີ່ຜູ້ຈັດການຍຸດທະສາດທຳການຊື້ຂາຍທີ່ໄດ້ກໍາໄລ.
ວິທີເລືອກຍຸດທະສາດ
ເລືອກຍຸດທະສາດທີ່ມີປະສິດຕິພາບດີທີ່ສຸດ. OnFin CopyTrading ປະກອບໂດຍຍຸດທະສາດຕ່າງໆທີ່ມີຜົນກໍາໄລ, ຈໍານວນຜູ້ສະໝັກໃຊ້ ແລະປະລິມານເງິນ ທີ່ແຕກຕ່າງກັນ. ທ່ານສາມາດຄາດລະດັບຄວາມສ່ຽງ ໂດຍອີງໃສ່ການເບີກຖອນສູງສຸດ. ລະຍະເວລາບໍລິການຂອງຍຸດທະສາດຈະບົ່ງບອກລະດັບຊ່ຽວຊານຂອງຜູ້ຈັດການ. ຜູ້ຈັດການຍຸດທະສາດແຕ່ລະຄົນຈະກໍານົດປະເພດແລະລະດັບຄ່າທໍານຽມຂອງຕົນ. ເລືອກຍຸດທະສາດທີ່ເຫມາະສົມທີ່ສຸດສໍາລັບທ່ານ ໂດຍອີງໃສ່ປັຈຈັຍຕ່າງໆເຫຼົ່ານີ້.
ກໍານົດງົບປະມານເງິນທຶນຂອງທ່ານ ແລະເລືອກວິທີທີ່ທ່ານຕ້ອງການຈະແບ່ງຢາຍຕາມຍຸດທະສາດຕ່າງໆ. ກວດເບິ່ງຈໍານວນເງິນລົງທຶນແນະນຳທີ່ເໝາະສົມສໍາລັບແຕ່ລະຍຸດທະສາດ. ທ່ານສາມາດເປີດສະຫມັກໃຊ້ຍຸດທະສາດຫຼາຍລາຍການພ້ອມກັນໃນບັນຊີດຽວ, ຫຼືຈະແບ່ງເງິນຈໍານວນໜຶ່ງ ສໍາລັບແຕ່ລະຍຸດທະສາດ ແຕກຕ່າງກັນ ໃນຫຼາຍບັນຊີ COPY ກໍ່ໄດ້. ທ່ານ​ສາ​ມາດ​ເປີດສະໝັກໃຊ້​ໄດ້​ຮອດ 30 ລາຍການ​​ໃນ​​ບັນ​ຊີ​ດຽວ.
ວິທີການຕັ້ງຄ່າສະໝັກເປັນຜູ້ໃຊ້
OnFin CopyTrading ເປັນເຄື່ອງມືການລົງທຶນທີ່ງ່າຍແລະສະດວກ. ຂະຫນາດຂອງ ລ້ອດ (lot) ຖືກກໍານົດໂດຍອັດຕະໂນມັດຈາກອັດຕາສ່ວນຂອງກອງທຶນໃນບັນຊີຂອງນັກລົງທຶນ ປຽບທຽບໃສ່ກອງທຶນໃນບັນຊີຂອງຜູ້ຈັດການ. ທ່ານພຽງແຕ່ລະວັງໃຫ້ບັນຊີຂອງທ່ານມີເງິນທຶນພຽງສຳລັບປະຕິບັດການຊື້ຂາຍຕາມລາຍການຍຸດທະສາດທີ່ເຊື່ອມຕໍ່ກັນທັງຫມົດ, ຖ້າບໍ່ດັ່ງນັ້ນການຄັດລອກຊື້ຂາຍໃຫມ່ຈະເຣັດບໍ່ໄດ້.
ທ່ານ​ສາ​ມາດ​ຈັດ​ການ​ ແລະ​ຕິດ​ຕາມ​ການ​ສະໝັກໃຊ້ຂອງ​ທ່ານ​ໄດ້ ໃນຫນ້າ​ My Subscriptions​, ເຊີ່ງຈັດເປັນ​ກຸ່ມ​ຕາມ​ບັນ​ຊີ. ທ່ານສາມາດຢຸດໃຊ້ມັນຊົ່ວຄາວແລະປິດໄດ້, ແລະການດຳເນີນການນີ້ ຈະປິດການຊື້ຂາຍທີ່ກຳລັງເຄື່ອນໃຫວທັງຫມົດໃນກົນລະຍຸດຕ່າງໆ.
ອັດຕາພາສີສໍາລັບນັກລົງທຶນ
ເລືອກເງື່ອນໄຂທີ່ເໝາະສົມສຳຫຼັບທ່ານ :
ເປີເຊັນຂອງກໍາໄລ
ຈໍານວນເງິນຄົງທີ່ສຳຫຼັບການຊື້ຂາຍ
ຈຳນວນເງິນສໍາລັບໄລຍະເວລາໜື່ງ
ແຕ່ລະຍຸດທະສາດມີອັດຕາພາສີຕ່າງກັນ: ເລືອກຂໍ້ສະເໜີທີ່ດີທີ່ສຸດໃນອັນດັບ. ເວລາທ່ານເປີດໃຊ້ຍຸດທະສາດທີ່ມີຄ່າຄອມມິຊັ້ນຕໍ່ງວດ ນອກເຫນືອຈາກເງິນຝາກຂັ້ນຕ່ຳ $100 ແລ້ວທ່ານຈໍາເປັນຕ້ອງມີເງິນພຽງພໍໃນບັນຊີເພື່ອຈ່າຍຄ່າຄອມມິຊັ້ນ. ນອກຈາກນີ້, ກໍຍັງມີການຫັກຄ່າຄອມມິຊັ້ນນາຍຫນ້າອອກ ຕາມປົກກະຕິທີ່ມີການຊື້ຂາຍຕາມຍຸດທະສາດ.
ການລົງທຶນກາຍເປັນເລື່ອງງ່າຍ ເມື່ອໃຊ້ OnFin CopyTrading
ພົບກັບຕະຫຼາດແລະຕາສານໃຫມ່ - ເຊັ່ນ ດັດຊະນີ, ຫຼັກຊັບ, ສິນຄ້າວັດຖຸດິບ ແລະ ສະກຸນເງິນດິຈິຕອນ - ເຖິງແມ່ນວ່າທ່ານຈະຍັງບໍ່ທັນເຂົ້າໃຈເທື່ອກໍ່ຕາມ. ປະຢັດເວລາແລະຄວາມພະຍາຍາມ: ໂດຍເປີດບັນຊີ ແລະສະໝັກໃຊ້ຍຸດທະສາດ OnFin CopyTrading ແລະເກັບຜົນກໍາໄລມະຫາສານ.
CopyTrading ເປັນວິທີທີ່ງ່າຍໃນການຊື້ຂາຍໃນຕະຫຼາດຕ່າງໆ, ໂດຍຊອກຫາຄວາມສົມດູນທີ່ສົມບູນແບບລະຫວ່າງຄວາມສ່ຽງແລະຜົນຕອບແທນ ໂດຍບໍ່ຈໍາເປັນຕ້ອງຮຽນຮູ້ການຊື້ຂາຍແລະຮູ້ຈັກສະພາບແວດລ້ອມຕະຫຼາດຢ່າງຕໍ່ເນື່ອງ. ທ່ານອາດບໍ່ຄຸ້ນເຄີຍກັບການຊື້ຂາຍສິນຄ້າຫຼືໂລຫະປານໃດ, ແຕ່ຕ້ອງການສ້າງຄວາມດຸ່ນດ່ຽງສົມດຸນໃຫ້ແກ່ຫຼັກຊັບຂອງທ່ານແມ່ນບໍ່? ທ່ານພຽງແຕ່ເລືອກຍຸດທະສາດທີ່ຖືກຕ້ອງທໍ່ນັ້ນ.
ສໍາລັບພໍ່ຄ້າມືອາຊີບ
ຮັບໂບນັດເພີ່ມເຕີມສໍາລັບປະສົບການຊ່ຽວຊານຂອງທ່ານ.

ເປີດຍຸດທະສາດຂອງທ່ານໃນ OnFin CopyTrading ແລະຮັບຜົນປະໂຍດເປັນປະຈຳ.
ຄົ້ນພົບຍຸດທະສາດຊື້ຂາຍຂອງທ່ານເອງໃນ 5 ຂັ້ນຕອນ:
01
ເປີດບັນຊີ COPY ໃນພື້ນທີ່ເວັບສ່ວນຕົວ OnFin ຂອງທ່ານ
05
ບໍ່ແມ່ນໄດ້ກຳໄລແຕ່ຈາກການຊື້ຂາຍທໍ່ນັ້ນ, ແຕ່ຍັງໄດ້ຈາກຜູ້ສະໝັກໃຊ້ແຕ່ລະຄົນເຊັ່ນກັນ.
02
ເປີດຍຸດທະສາດໂດຍການຄລິກປຸ່ມໃນຫນ້າ My Strategies. ເລືອກບັນຊີທີ່ມີຢູ່ ແລະຕັ້ງຄ່າຄອມມິຊັ້ນໃນປະເພດຫນຶ່ງໃນສາມທີ່ມີໃນນັ້ນ.
ຕັ້ງຊື່ຍຸດທະສາດຂອງທ່ານ, ເພື່ອໃຫ້ຜູ້ສະໝັກໃຊ້ເຂົ້າໃຈເປົ້າໝາຍທີ່ທ່ານຕັ້ງໃຈເນັ້ນໃສ່ໃນການຊື້ຂາຍ. ລະບຸຈໍານວນການລົງທຶນທີ່ແນະນໍາສໍາລັບໃຊ້ຍຸດທະສາດຂອງທ່ານ.
03
04
ລະດົມທຶນໃນບັນຊີ ແລະເລີ່ມການຊື້ຂາຍຕາມວິໄສທັດຂອງທ່ານ ເຊິ່ງເປັນຜູ້ຊ່ຽວຊານ. ບໍ່ມີຂອບເຂດຈໍາກັດເງິນຝາກຂັ້ນຕ່ໍາສຸດຫຼືສູງສຸດສໍາລັບຍຸດທະສາດຂອງທ່ານ: ຊື້ຂາຍຕາມທີ່ທ່ານເຫັນວ່າສົມຄວມ.
ບັນຊີດຽວໃຊ້ໄດ້ກັບຍຸດທະສາດດຽວເທົ່ານັ້ນ. ບັນຊີຍຸດທະສາດບໍ່ຄວນມີການສະໝັກໃຊ້ທີ່ເຄື່ອນໄຫວຢູ່ກັບຍຸດທະສາດອື່ນໆ. ທ່ານຕ້ອງບໍ່ແບ່ງປັນຂໍ້ມູນກ່ຽວກັບຕົວທ່ານເອງ ແລະຮູບແບບການຊື້ຂາຍຂອງທ່ານກັບຜູ້ສະໝັກໃຊ້.
ເງື່ອນໄຂດີຂຶ້ນ ຫມາຍເຖິງຈຳນວນຜູ້ສະໝັກໃຊ້ຫຼາຍຂຶ້ນ
ປະຫວັດການຊື້ຂາຍຂອງບັນຊີທ່ານມີອາຍຸດຳເນີນການຍືນປານໃດ ແລະຂໍ້ມູນເພີ່ມເຕີມທີ່ທ່ານສະໜອງໃຫ້ກັບຜູ້ຈອງຂອງທ່ານມີຫຼາຍປານໃດ, ໂອກາດທີ່ທ່ານຈະໄດ້ມີຜູ້ຕິດຕາມສະໝັກໃຊ້ກໍຈະຫຼາຍຂຶ້ນປານນັ້ນ. ທ່ານສາມາດກໍານົດວິທີການໃຫ້ຄ່າຊົດເຊີຍທີ່ເໝາະສົມກັບທ່ານ ແຕ່ຄວນພະຍາຍາມສະເຫນີເງື່ອນໄຂທີ່ດຶງດູດໃຈຜູ້ສະໝັກໃຊ້ທີສຸດ.
ການເປັນຜູ້ຈັດການຍຸດທະສາດໃນ OnFin CopyTrading ຫມາຍເຖິງການດຳເນີນການໃນທັນທີ ແລະການຄັດລອກການຊື້ຂາຍໂດຍບໍ່ມີການຣີໂຄວດ (requotes). ສະເປຣດ(Spreads)ຕ່ຳ, ຕາສານການຊື້ຂາຍໃນຕະຫຼາດຕ່າງໆ ມີຫຼາຍກວ່າ 270 ລາຍການ (ລວມທັງສະກຸນເງິນດິຈິຕອນ) ແລະເລເວີເຣັດ (leverage) ສູງສຸດເຖິງ 1: 1000: OnFin CopyTrading ສະເຫນີທຸກສິ່ງທຸກຢ່າງເພື່ອເຮັດໃຫ້ທ່ານແລະລູກຄ້າຂອງທ່ານປະສົບຜົນສໍາເລັດຢ່າງລົ້ນເຫຼືອ. ແລະ - ບໍ່ມີຄ່າທໍານຽມເງິນຝາກ ຫຼືເງິນຖອນ!
ການຈັດການທຸລະກຳທີ່ສະດວກ ແລະຄວາມວ່ອງໄວໃນການຊື້ຂາຍທີ່ດີຂື້ນ
OnFin
OnFin ເປັນນາຍຫນ້າສໍາລັບພໍ່ຄ້າແລະນັກລົງທຶນທີ່ເລືອກເງື່ອນໄຂທີ່ດີທີ່ສຸດ ແລະໃຫ້ຄວາມສຳຄັນກັບເສລີພາບທາງດ້ານການເງິນ. ພວກເຮົາໄດ້ເປິດດໍາເນີນການມາຕັ້ງແຕ່ປີ 2015 ແລະກໍາລັງປັບປຸງການບໍລິການແລະຂໍ້ສະເຫນີຂອງພວກເຮົາຢ່າງຕໍ່ເນື່ອງ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງເຄື່ອງມືແລະເຕັກໂນໂລຢີທາງການຕະຫຼາດຂັ້ນສູງໄດ້.

ພວກເຮົາສະຫນອງການໂຕ້ຕອບທັນທີ ກັບຜູ້ໃຫ້ບໍລິການດ້ານສະພາບຄ່ອງຢູ່ທຸກບ່ອນໃນໂລກໂດຍກົງ, ບັນດາເທຣດເດີ້ຈະເອົາຄວາມຕັດສິນໃຈສຳຄັນດ້ວຍຕົນເອງ ຫຼືປະຕິບັດຕາມຍຸດທະສາດທີ່ປະສົບຜົນສໍາເລັດທີ່ພິສູດແລ້ວ. ນີ້ແມ່ນ ECN ທີ່ແທ້ຈິງ - ແລະນາຍຫນ້າທີ່ແທ້ຈິງ.
1:1000
ເລເວີເຣັດທີ່ເໝາະສົມທີ່ສຸດສໍາລັບການຊື້ຂາຍ. ຈັດການຜົນກຳໄລ ແລະຄວາມສ່ຽງຂອງທ່ານ
0%
ບໍ່ມີຄ່າທໍານຽມການຝາກແລະຖອນເງິນ
$1
ເກນເຂົ້າຂັ້ນຕ່ຳ, ເງື່ອນໄຂພິເສດ ແລະບັນຊີສຳລັບເທຣດເດີ້ມືໃໝ່
260+
ເຄື່ອງມືທາງການເງິນທີ່ມີປະສິດທິພາບສູງສຸດ, ເຊິ່ງໄດ້ຮັບການຄັດເລືອກແລະທົດສອບໃນທາງປະຕິບັດ: ສະກຸນເງິນດິຈິຕອນ, ຄູ່ສະກຸນເງິນ, ຫຼັກຊັບ, ETFs, ວັດຖຸດິບ, REITs.
OnFin CopyTrading
  •  ທ່ານສາມາດເປັນທັງຜູ້ຈັດການແລະຜູ້ສະໝັກໃຊ້
ໃນ OnFin CopyTrading ທ່ານສາມາດຈັດການຍຸດທະສາດຕ່າງໆ ແລະສະຫມັກຮັບຍຸດທະສາດໃນເວລາດຽວກັນ. ເພື່ອຈຸດເປົ້າໝາຍນີ້, ທ່ານຈຳເປັນຕ້ອງເປີດຫຼາຍບັນຊີຕ່າງກັນ.
  •  ເງື່ອນໄຂທີ່ສົມບູນແບບສໍາລັບການຊື້ຂາຍແລະການລົງທຶນ
ສະເປຣດ, ຄ່າຄອມມິດຊັ້ນ ແລະຣີໂຄວດຈະບໍ່ແຊກແຊງກັບຜົນຕອບແທນທີ່ດີອີກຕໍ່ໄປ. ຈະບໍ່ມີອຸປະສັກລະຫວ່າງທ່ານກັບຄວາມສໍາເລັດທາງການເທຣດຊື້ຂາຍຂອງທ່ານອີກຕໍ່ໄປ !
  •  ປັບແຕ່ງປະສົບການຂອງທ່ານ
ພວກເຮົາໄດ້ລວບລວມທຸກຢ່າງທີເປັນໄປໄດ້ໃນການປັບແຕ່ງແລະຈັດແຈງການຄັດລອກເທຣດຊື້ຂາຍ. ໃຫ້ທ່ານຊອກຫາການປະສົມປະສານທີ່ສົມບູນແບບສຳຫຼັບການຕັ້ງຄ່າທີ່ເໝາະສົມກັບຮູບແບບການຊື້ຂາຍຂອງທ່ານ.
  •  ແລະທັງໄດ້ຮັບຄວາມຊ່ອຍເຫຼືອຈາກທີມງານຜະແໜກບໍລິການລູກຄ້າສະເໝີ.
ຖ້າມີສິ່ງຜິດປົກກະຕິເກີດຂື້ນ ໂປຣດຢ່າລັງເລທີ່ຈະຕິດຕໍ່ຫາຝ່າຍບໍລິການລູກຄ້າ. ພວກເຮົາພ້ອມທີ່ຈະຊ່ວຍສະເໝີ.
  • ທັກສະແລະຄວາມສາມາດຂອງພວກເຮົາມີຫຼາຍຂຶ້ນທຸກໆມື້
ການບໍລິການ OnFin CopyTrading ຈະຂະຫຍາຍການພັດທະນາ ແລະຈະນຳໃຊ້ງ່າຍຂຶ້ນທຸກໆມື້ໃນພາຍໜ້າ. ພວກເຮົາຍັງຄົງເຮັດວຽກຢ່າງຄືບຕໍ່ ເພື່ອຮັກສາຄຸນນະພາບການບໍລິການຂອງພວກເຮົາຕໍ່ໄປ ຖ້າ​ຫາກ​ທ່ານ​ມີ​ແນວ​ຄວາມ​ຄິດ​, ຄໍາ​ແນະ​ນໍາ​ແລະ​ຄໍາ​ຄິດ​ເຫັນ - ກະລຸ​ນາແບ່ງປັນກັບພວກເຮົາໄດ້ເລີຍ !
ຄູ່ມືຜູ້ໃຊ້
ພວກເຮົາໄດ້ກະກຽມຄຳແນະນຳສະບັບສົມບູນກ່ຽວກັບການລົງທຶນ ແລະການສ້າງຍຸດທະສາດໃນ OnFin CopyTrading. ໂດຍອະທິ​ບາຍ​ຫນ້າ​ທີ່​, ຄຸນ​ນະ​ສົມ​ບັດ​ຂອງ​ການ​ບໍ​ລິ​ການ ​ແລະ​ສະ​ຖາ​ນະ​ການ​ ທີ່​ສະ​ດວກ​ທີ່​ສຸດ​ໃນ​ການ​ນໍາ​ໃຊ້​.